ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ລະ­ຫວ່າງ​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ (ສອຊ) ແລະ ບໍ­ລິ­ສັດ NTT Communications (NTT Com) ປະ­ເທດ​ຍີ່່​ປຸ່ນ ໄດ້​ມີ​ຂຶ້ນ​ວັນ​ທີ 6 ຕຸ­ລາ 2011 ຢູ່ ສອຊ ລະ­ຫວ່າງ ທ່ານ ຄຳ​ຄິດ ໄຊ​ສົງ­ຄາມ ຫົວ­ໜ້າ ສອຊ ແລະ ທ່ານ Tsuyoshi Kavashima ປະ­ທານ​ບໍ­ລິ­ສັດ NTT Com ເຊິ່ງ​ມີ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ຮອງ​ປະ­ທານ​ອົງ­ການ​ໄປ­ສະ­ນີ​ໂທລະ​ຄົມ­ມະ­ນາ­ຄົມ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
ການ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ຄັ້ງ​ນີ້ ສອຊ ມີ​ຈຸດ­ປະ­ສົງ​ໃນ​ການ​ເຊື່ອມ​ຕໍ່​ກັບ​ລະ­ບົບ​ຂອງ​ບໍ­ລິ­ສັດ NTT Com ເພື່ອ​ສະ­ໜອງ​ການ ເຊື່ອມ​ຕໍ່​ລະ­ບົບ​ອິນ​ເຕີ​ເນັດ ແລະ ການ​ສະ­ໜອງ​ການ​ເຊື່ອມ​ຕໍ່​ໂທລະ­ສັບ​ຈາກ ສປປ ລາວ ເຂົ້າ​ສູ່​ລະ­ບົບ​ເຄືອ​ຂ່າຍ Tier-1 ສາ­ກົນ​ໂດຍ​ກົງ ເຊິ່ງ​ຈະ​ຊ່ວຍ​ໃຫ້​ລາ­ຄາ​ຊື້ ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຫຼຸດ​ລົງ ແລະ ມັນ​ຍັງ​ເພີ່ມ​ຄຸນ​ນະ​ພາບ​ຂອງ​ການ​ໃຊ້​ບໍ­ລິ­ການ​ອິນ​ເຕີ​ເນັດ​ດີ​ຂຶ້ນ​ຕື່ມ ເຊິ່ງ​ພາຍ­ຫຼັງ​ການ​ລົງ​ນາມ​ບົດ​ບັນ­ທຶກ​ນີ້​ແລ້ວ ສອຊ ແລະ ບໍ­ລິ­ສັດ NTT Com ຈະ​ສືບ­ຕໍ່​ຮ່ວມ​ກັນ​ໃນ​ການ​ຄົ້ນ­ຄວ້າ​ຫາ​ເງື່ອນ­ໄຂ​ທີ່​ເໝາະ​ສົມ ໃນ​ການ​ສະ­ໜອງ​ການ​ໃຫ້­ການ​ບໍ­ລິ­ການ​ອິນ​ເຕີ​ເນັດ ໃຫ້​ແກ່ ສປປ ລາວ ທັ້ງ​ນີ້​ກໍ​ເພື່ອ​ຮອງ​ຮັບ​ໃຫ້­ການ​ຊົມ­ໃຊ້​ອິນ​ເຕີ​ເນັດ​ທີ່​ເພີ່ມ​ຂຶ້ນ ແລະ ແນ­ໃສ່​ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ເຂົ້າ​ເຖິງ ແລະ ຊົມ­ໃຊ້​ອິນ​ເຕີ​ເນັດ​ໃນ​ລາ­ຄາ​ຖືກ.