*(ຂປລ):ທ່ານ ທອງ​ສິງ ທຳ​ມະ​ວົງ, ກຳມະການກົມການເມືອງສູນກາງພັກ ປປ ລາວ, ນາຍົກລັດ ຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ ​ແລະ ພົບ​ປະ​ໂອ້​ລົມ​ຢ່າງ​ສະໜິດສະໜົມ ກັບທ່ານ ຫງວຽນ ແທັງ ບິງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ປະທານ​ສະພາ​ປະຊາຊົນ ແຂວງ​ຮ່າ​ຕິງ ​ໃນ​ຕອນ​ເຊົ້າວັນ​ທີ 31 ມີນາ 2011 ທີ່​ສຳນັກງານ​ນາຍົກລັດຖະມົນຕີ ໃນ​ໂອກາດ​ທີ່​ນຳພາ​ຄະນະ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທ ີ 29/3-4/4/2011 ແລະ ຊົມ​ເຊີຍ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.ໃນ​ການ​ຕ້ອນຮັບທ່ານ​ ທອງ​ສິງ ທຳ​ມະ​ວົງ ໄດ້​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ

​ໃນ​ການ​ມາ​ຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ໃນ​ຄັ້ງນີ້ ອັນ​ເປັນ​ການ​ປະກອບສ່ວນ​ ໃນການເສີມຂະຫຍາຍ ສາຍ​ພົວມິດຕະພາບ ຄວາມສາມັກຄີ​ແບບ​ພິ​ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດ ນາມ ທີ່ມີມູນເຊືອອັນດີງາມມາແຕ່ດົນນານ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງສະພາ ໃຫ້ນັບມື້ກ້າວ​ສູ່​ລະດັບ​ສູງ​ໃໝ່ ຢ່າງ​ບໍ່​ຢຸດ​ຢັ້ງ. ພ້ອມ​ນີ້ ທ່ານ​ ທອງ​ສິງ ທຳ​ມະ​ວົງ ຍັງ​ໄດ້​ແຈ້ງ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ​ໃຫ້​ທ່ານ ຫງວຽນ​ ແທັງ ບິງ ຊາບ ຊຶ່ງ​ກອງ​ປະຊຸມ ​ໄດ້​ເລືອກ​ຕັ້ງ​ເອົາ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ອີກ​ສະ​ໄໝ. ພ້ອມ​ນີ້ ທ່ານ ຫງວຽນ ແທັງ ບິງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ​ເຊື່ອ​ໝັ້ນວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ສະ​ຫລາດ​ສ່ອງ​ໄສ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈະ​ເຮັດ​ໃຫ້​ປະ​ເທດ ​ລາວຍາດ​ໄດ້ຜົນ​ສຳ​ເລັດ​ໃໝ່ ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ແນວ​ທາງ​ນະ​ໂຍບາຍ​ທີ່​ວາງ​ໄວ້ ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ສາຍ​ພົວພັນ​ມິດຕະພາບ ແບບ​ພິ​ເສດ ລາວ-ຫວຽດນາມ ຈະ​ໄດ້​ຮັບ​ການ​ເສີທຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ.