20111226-002145.jpg

ອາທິດນີ້ເວັບໄຊ Digitimes ໄດ້ປ່ອຍຂ່າວທີ່ເຮັດໃຫ້ຜູ້ອ່ານຫລາຍໆຄົນຕ້ອງຕິດຕາມຂໍ້ເທັດຈິງກັນອີກແລ້ວເມື່ອເວັບໄຊນີ້ຄາດການວ່າແອບເປິລ (Apple) ມີແຜນທີ່ຈະເປີດຕົວ iPad ຮຸ່ນ 7,85 ນິ້ວໃນປີ 2012 ໂດຍອ້າງວ່າລາຍງານດັ່ງກ່າວມາຈາກແຫລ່ງຂ່າວທີ່ຜະລິດຊິ້ນ ສ່ວນໃຫ້ແອບເປິລເຊິ່ງທາງເວັບໄຊຍັງ ເປີດເຜີຍເຖິງສາເຫດຂອງການອອກວ່າງຕະຫລາດຂອງ iPad ຮຸ່ນ 7,85 ນິ້ວວ່າເປັນເພາະກະແສຄວາມນິຍົມຂອງ Kindle Fine ແລະ ສະມາດໂຟນທີ່ຫນ້າ ຈໍໃຫຍ່ຂຶ້ນ. ຢ່າງໃດກໍ່ຕາມຫາກເປັນໄປຕາມລາຍງານຂ່າວນີ້ແທ້ແອບເປິລກຳລັງເດີນສວນກັບຄວາມຄິດຂອງ Steve Jobs ອະດີດຜູ້ບໍລິຫານຂັ້ນສູງຂອງ ແອບເປິລທີ່ໄດ້ເສຍຊີວິດໄປແລ້ວ.

ເນື່ອງຈາກເຄີຍມີເທື່ອຫນຶ່ງທີ່Steve Jobs ກ່າວແບບເວົ້າໃສ່ວ່າຜະລິດຕະພັນແທັບເລັດ 7 ນິ້ວຄວນຈະມາພ້ອມກັບກະດາດຊາຍອີກເພາະຜູ້ບໍລິໂພກຍັງຕ້ອງໃຫ້ມັນຂັ້ດນິ້ວໃຫ້ນ້ອຍລົງ ເພື່ອ ໃຫ້ເຫມາະກັບການໃຊ້ຈໍຂະຫນາດນີ້ຢ່າງໃດກໍ່ຕາມລາຍງານໃນເວັບໄຊຍັງລະບຸອີກວ່າ iPad ທີ່ມາພ້ອມກັບຫນ້າຈໍ 7,85 ນິ້ວຂອງ LG Display ຈະວາງຕະຫລາດໃນໄລຍະທ້າຍປີ 2012 ແຕ່ ຜັດບໍ່ແມ່ນເທື່ອທຳອິດທີ່ພວກເຮົາໄດ້ຍິນຂ່າວລືກ່ຽວກັບ iPad mini ເຖິງວ່ານັກວິເຄາະຫລາຍໆຄົນຕ່າງກໍ່ສະແດງທັດສະນະກົງກັນວ່າ iPad ຮຸ່ນຕໍ່ໄປຈະນ້ອຍລົງໄດ້ພຽງແຕ່ລາຄາເທົ່ານັ້ນ ບໍ່ແມ່ນຫນ້າຈໍທີ່ຫລາຍຄົນເຂົ້າໃຈ.

ທັງນີ້ໃນເດືອນຕຸລາທີ່ຜ່ານມາ Brian White ນັກວິເຄາະຈາກ Ticonderoga ແນະນຳວ່າແອບເປິລຄວນຈະອອກ iPad ທີ່ມີລາຄາຕັ້ງແຕ່ 200 ໂດລາສະຫະລັດຂຶ້ນໄປ ເຊິ່ງຈະເຮັດໃຫ້ບໍລິ ສັດສາມາດຕໍ່ສູ້ກັບຄູ່ແຂ່ງໄດ້ໂດຍສະເພາະKindle Fire ຂອງອາເມຊອນ(Amazon), ສໍາລັບສະຖານະການໃນປະຈຸບັນແອບເປິລຄອງສ່ວນແບ່ງຕະຫລາດເທັບເລັດໄຮເອັນໄວ້ເກືອບທັງຫມົດ ໃນຂະນະທີ່ອາເມຊອນແລະຄູ່ແຂ່ງລາຍອື່່ນໆທີ່ຫາກໍ່ເລີ່ມຕົ້ນ ໂດຍສະເພາະຄວາມສຳເລັດໃນຕະຫລາດແທັບເລັດລາຄາຖືກ, ຢ່່າງໃດກໍ່ຕາມແຫລ່ງຂ່າວຫລາຍແຫລ່ງກົງກັນສຳລັບຄວາມພະ ຍາຍາມໃນການຜະລິດiPad 7 ຍົກເວັ້ນແອບເປິລທີ່ຍັງບໍ່ສະແດງຄວາມເຫັນກ່ຽວກັບເລື່ອງນີ້ແຕ່ຢ່າງໃດ.