ກອງປະ­ຊຸມອາ­ຊີ-ເອີຣົບ ຫລື ອາເຊັມ (Asia-Europe Meeting ຫລື ASEM) ໄດ້ຖືກສ້າງ­ຕັ້ງຂຶ້ນໃນປີ 1996. ຈຸດປະ­ສົງຂອງອາເຊັມແມ່ນເພື່ອເພີ່ມທະ­ວີຄວາມເຂົ້າ­ໃຈ, ສົ່ງເສີມ ແລະ ຮັດແຫນ້ນການຮ່ວມມືລະ­ຫວ່າງພາກພື້ນອາ­ຊີ ແລະ ເອີຣົບ. ຂອບການຮ່ວມມືຂອງອາເຊັມປະ­ກອບດ້ວຍ 3 ເສົາ­ຄ້ຳທີ່ສຳ­ຄັນຄື: ການຮ່ວມມືດ້ານການ­ເມືອງ, ເສດ­ຖະ­ກິດ ແລະ ວັດທະ­ນະທຳ-ສັງ­ຄົມ. ຕະ­ຫລອດໄລ­ຍະ 16ປີ ຜ່ານມາ, ໄດ້ມີການຈັດກອງປະ­ຊຸມສຸດຍອດມາແລ້ວ 8ຄັ້ງ.

ກອງປະ­ຊຸມສຸດຍອດອາເຊັມຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 4-5 ຕຸ­ລາ 2010 ທີ່ບຣຸກແຊນ, ປະ­ເທດແບນຊິກ ເຊິ່ງໄດ້ຕົກ­ລົງເຫັນດີໃຫ້ ສປປ ລາວ ເຊິ່ງແມ່ນປະ­ເທດປະ­ສານງານອາເຊັມຂອງອາຊຽນເປັນເຈົ້າ­ພາບຈັດກອງປະ­ຊຸມສຸດຍອດອາເຊັມຄັ້ງທີ 9 (ASEM9). ຕໍ່ບັນ­ຫາດັ່ງ­ກ່າວ, ລັດ­ຖະ­ບານ ແລະ ປະຊາຊົນແຫ່ງ ສປປ ລາວ ມີຄວາມພາກ­ພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດ ແລະ ຄວາມໄວ້ວາງໃຈສູງຈາກບັນ­ດາຄູ່ຮ່ວມອາເຊັມໃນການເປັນເຈົ້າ­ພາບກອງປະ­ຊຸມສຸດຍອດ ASEM 9 ເຊິ່ງກຳລັງຈັດຂຶ້ນໃນຂະນະນີ້ ຈາກວັນທີ 5-6 ພະ­ຈິກ 2012 ທີ່ນະ­ຄອນ­ຫລວງວຽງຈັນ.

ລັດ­ຖະ­ບານ ແລະ ປະ­ຊາ­ຊົນລາວມີຄວາມປິຕິຊົມ­ຊື່ນ ແລະ ຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບບັນ­ດາປະ­ມຸກລັດ, ຫົວ­ຫນ້າລັດ­ຖະ­ບານ, ປະ­ທານສະ­ພາເອີຣົບ, ປະ­ທານຄະ­ນະກຳ­ມາທິການເອີຣົບ ແລະ ເລ­ຂາ­ທິ­ການໃຫຍ່ອາຊຽນທີ່ນຳ­ພາຄະນະຜູ້ແທນ 51 ຄູ່ຮ່ວມອາເຊັມ ຈາກພາກພື້ນອາ­ຊີ ແລະ ເອີຣົບ ເຂົ້າຮ່ວມກອງປະ­ຊຸມສຸດຍອດ ASEM9ນີ້. ມັນເປັນການເສີມຂະຫຍາຍ ແລະ ຮັດແຫນ້ນການພົວ ພັນຮ່ວມມືລະ­ຫວ່າງສອງພາກພື້ນໃຫ້ນັບມື້ນັບແຫນ້ນແຟ້ນຂຶ້ນກ່ວາເກົ່າ.