ຈີນແລະຫວຽດນາມມີອິດທິພົນຕໍ່ຕະຫຼາດຮຸ້ນຂອງປະເທດ

ຜູ້ອໍານວຍການຕະຫຼາດຫຼັກຊັບແຫ່ງຊາດລາວຍອມຮັບວ່າ ນັກທຸລະກິດລາວເຊື້ອສາຍ ຈີນແລະຫວຽດນາມ ມີອິດທິພົນຢ່າງສູງ ຕໍ່ການຂຶ້ນ-ລົງຂອງລະດັບການຊື້-ຂາຍຮຸ້ນ ໃນຕະຫຼາດຫຼັກຊັບແຫ່ງຊາດລາວ.ພາຍຫລັງທີ່ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບແຫ່ງ​ຊາດລາວພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ,

ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈໍາການ​ຄະນະລັດຖະບານລາວໄດ້ເປີດໃຫ້ມີການຊື້-ຂາຍຮຸ້ນ​ໃນຕະຫລາດຫລັກຊັບແຫ່ງທໍາອິດຂອງລາວຢ່າງເປັນທາງການນັບແຕ່ຕອນເຊົ້າຂອງ ວັນທີ 11 ເດືອນມັງກອນ ປີ2011 ເປັນຕົ້ນມາ ກໍປາກົດວ່າບັນຍາກາດຂອງການຊື້-ຂາຍຮຸ້ນ​ໄດ້ດຳເນີນໄປຢ່າງຄຶກຄັກ ແລະກໍມີທ່າອ່ຽງທີ່ຈະເພີ້ມຂຶ້ນຢ່າງຕໍ່ເນື່ອງທັງໃນດ້ານປະລິມານ ແລະມູນຄ່າຂອງຮຸ້ນອີກດ້ວຍ.

ເຖິງແມ່ນວ່າຈະມີພຽງຮຸ້ນຂອງ 2 ບໍລິສັດກໍຄື ບໍລິສັດ​ໄຟຟ້າລາວຈໍາກັດ (ມະຫາຊົນ) ແລະບໍລິສັດທະນາຄານການຄ້າຕ່າງປະເທດຈຳກັດ (ມະຫາຊົນ) ເທົ່ານັ້ນທີ່ໄດ້ຮັບອະນຸຍາດ​ໃຫ້​ມີການ​ຊື້-ຂາຍ​ຮຸ້ນ​ໃນຕະຫລາດຫລັກ​ຊັບ​ຂອງ​ລາວໄດ້ກໍຕາມ, ຫາກແຕ່ກໍປາກົດວ່າ ໃນມື້ທໍາອິດຂອງການເປີດຕະຫຼາດກໍໄດ້ມີການຊື້ຂາຍຮຸ້ນຂອງທັງ 2 ບໍລິສັດດັ່ງກ່າວລວມກັນເຖິງ 314,505 ຮຸ້ນ ແລະກໍຄິດເປັນມູນຄ່າຮຸ້ນລວມກັນເຖິງ 2,138ລ້ານກີບ ໂດຍທີ່ລາຄາຮຸ້ນຂອງບໍລິສັດທະນາຄານການຄ້າຕ່າງປະເທດ ແລະບໍລິສັດຜະລິດໄຟຟ້າລາວໄດ້ເພີ່ມຂຶ້ນໃນອັດຕາສະເລ່ຍເກີນກວ່າ 45% ແລະ 9% ຕາມລໍາດັບ.