ໄວຣັສແອນດຣອຍເພີ່ມຂຶ້ນເລື້ອຍໆ

ຜູ້ໃຊ້ສະມາດໂຟນ ກຳລັງຕົກຢູ່ໃນອັນຕະລາຍ ເນື່ອງຈາກພົບວ່າ ມີການເຕີບໂຕຂອງ ມັລແວຣ໌ ແລະ ໄວຣັສທີ່ຈ້ອງຫລິ້ນງານ ໂມບາຍຕົວນີ້ເພີ່ມຂຶ້ນເກືອບ 5 ເທົ່າໃນໄລຍະເຄິ່ງປີທີ່ຜ່ານມາ ເຊິ່ງ ຄວາມຮ້າຍກາດຂອງມັນ ກໍ່ຈະມີຕັ້ງແຕ່ທຳລາຍຂໍ້ມູນໄປ ຈົນເຖິງລັກຂໍ້ມູນສ່ວນຕົວ ຈາກສະມາດໂຟນແອນດຣອຍ (Android) ຂອງທ່ານ.

Juniper Networks ລາຍງານວ່າໃນໄລຍະ 5 ເດືອນຜ່ານມາການເຕີບໂຕຂອງມັລແວຣ໌ (malicious software) ພຸ່ງຂຶ້ນໄປສູງເຖິງ 492% ຫລື ມີການກວດພົບໂປຣແກຣມມັລແວຣ໌ທີ່ແພ່ ກະຈາຍໃຫ້ດາວໂຫລດຫລາຍເຖິງ 10.000 ຕົວເລກເທື່ອໃນຂະນະດຽວກັນ McAfee ຫນຶ່ງໃນບໍລິສັດຜູ້ຊ່ຽວຊານລະບົບຮັກສາຄວາມປອດໄພຍັງໄດ້ຈັດທຳລາຍງານຫລ້າສຸດທີ່ລະບຸວ່າໄຕ ມາດທີ່ຜ່ານມາລະບົບປະຕິບັດການໂມບາຍ Android ກາຍເປັນແພລດຟອມ ທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດ ສຳລັບມັລແວຣ໌ໃຫມ່ໆ ກ່າວໂດຍສະຫລຸບກໍ່ຄື ແອນດຣອຍກາຍເປັນເປົ້າຫມາຍ ຫລັກຂອງມັລແວຣ໌ໃຫມ່ໆ ທີ່ຕ້ອງການໂຈມຕີອຸປະກອນໂມບາຍນັ້ນເອງ ຕົວຢ່າງຫລ້າສຸດ ເມື່ອເດືອນມີນາມັລແວຣ໌ທີ່ຊື່່ວ່າ DroidDream (ຫລືMyournet) ໄດ້ແພ່ກະຈາຍໄປຕິດຍັງສະມາດ ໂຟນແອນດຣອຍຂອງຜູ້ໃຊ້ຫລາຍກວ່າ 50.000 ຄົນ.

ຢ່າງໃດກໍ່ດີລາຍງານຂ່າວນີ້ ບໍ່ໄດ້ຕ້ອງການຢູ່ໃຫ້ທ່ານຜູ້ອ່ານ ຮູ້ສຶກຢ່າງແຕ່ຕ້ອງການ ໃຫ້ຂໍ້ມູນວ່າ ການແພ່ກະຈາຍມັລແວຣ໌ ໃນແພລດຟອມແອນດຣອຍ ເປັນເລື່ອງຈິງ ແລະ ບັນຫານີ້ກຳລັງເພີ່ມຄວາມຮຸນແຮງຫລາຍຂຶ້ນເລື້ອຍໆ ເຊິ່ງຜູ້ອ່ານທີ່ເປັນຜູ້ໃຊ້ ສະມາດໂຟນ ບໍ່ຄວນປະຫມາດ ເພາະທ່ານກໍ່ອາດຈະຖືກມັນຫລິ້ນງານ ໂດຍບໍ່ຮູ້ຕົວໄດ້ເຊັ່ນດຽວກັນສ່ວນມັລແວຣ໌ ແລະ ໄວຣັສສາມາດ ສ້າງຄວາມເສຍຫາຍຫຍັງແດ່ນັ້ນໂດຍທົ່ວໄປຈະມີລາຍງານລະອຽດດັ່ງນີ້.

  • ລັກຂໍ້ມູນສ່ວນຕົວຢ່າງເຊັ່ນລະຫັດບັນຊີທະນາຄານ, ອີເມລແອດເດຣສຈາກສະມາດໂຟນ
  • ລົບຂໍ້ມູນໃນສະມາດໂຟນຂອງທ່ານເຊັ່ນອີເມລທຸກສະບັບໃນເປັນຕົ້ນ
  • ລັກລອບຫລືດັກຟັງຂໍ້ມູນການສື່ສານຂອງທ່ານ(ບັນທຶກແລະສົ່ງເປັນຟາຍລ໌ວິດິໂອໃຫ້ແຮັກເກີ)
  • ສົ່ງສະແປມ ຫລື ຂໍ້ຄວາມດ້ວຍຊື່ຂອງທ່ານ
  • ເຮັດໃຫ້ສະມາດໂຟນຂອງທ່ານຢຸດເຮັດວຽກຫລືໃຊ້ການບໍ່ໄດ້ທີ່ຮຽກວ່າBricking

ປະເດັນຄືມັລແວຣ໌ແລະໄວຣັສ ສາມາດເຂົ້າເຖິງສະມາດໂຟນ ຂອງທ່ານ ໄດ້ຫລາກຫລາຍວິທີ ແຕ່ສ່ວຍໃຫຍ່ ມັກຈະມາໃນ ຮູບຂອງແອບພລິເຄເຊິນ ທີ່ທ່ານດາວໂຫລດ ໂດຍແຮັກເກີຈະໃຊ້ກົນລວງ ດ້ວຍການສ້າງ ແອບພລິເຊິນແອນດຣອຍ ທີ່ເບິ່ງຄືຂອງຈິງ (cloning app) ຫລື ມີຄວາມຫນ້າເຊື່ອຖື ແຕ່ ຄວາມຈິງແລ້ວ ມັນມີການເຮັດວຽກ ທີ່ຫນ້າຢ່າງເຊື່ອງຢູ່ພາຍໃນເມື່ອທ່ານຕິດຕັ້ງ ແລະ ສັ່ງຣັນແອບພລິເຄເຊິນ(ມັລແວຣ໌ຫລືໄວຣັສ) ພວກນີ້ ໃນສະມາດໂຟນມັນກໍ່ຈະຫລິ້ນງານທ່ານດ້ວຍວັດຖຸ ປະສົງຕ່າງໆ ດັ່ງທີ່ກ່າວໄປແລ້ວນັ້ນເອງ.

ສຳລັບ ການປ້ອງກັນຕົນເອງຂັ້ນທຳອິດ ແລະງ່າຍທີ່ສຸດ ທ່ານຜູ້ອ່ານທີ່ໃຊ້ສະມາດໂຟນ ແອນດຣອຍ ຄວນຫລີກລ່ຽງການດາວໂຫລດ ແອບພລິເຄເຊິນທີ່ມີຄວາມສ່ຽງ ເຊັ່ນແອບພລິເຄເຊິນ ຈາກເວັບໄຊຂອງ ບໍລິສັດທີ່ບໍ່ຮູ້ຈັກ ຫລື ບໍ່ມີຊື່ສຽງ ນອກຈາກນີ້ແອບພລິເຄເຊິນ ທີ່ໄດ້ຮັບການຈັດອັນດັບຕໍ່າໆ ລວມເຖິງມີ ຈຳນວນການດາວໂຫລດຫນ້ອຍທີ່ສຸດ ຄວນລະມັດລະວັງເປັນພິເສດ ຢ່າງໃດກໍ່ຕາມ ນອກຈາກການຕິດໄວຣັສ ຫລື ຖືກມັລແວຣ໌ຫລິ້ນງານ ດ້ວຍວິທີນີ້ແລ້ວ ມັນຍັງມີວິ ທີອື່ນໆອີກ ເຊັ່ນການທ່ອງເວັບ ໃນສະມາດໂຟນ ແລ້ວຫລົງຫລືຖືກຕົວະ ໃຫ້ຄລິກລິ້ງ ທີ່ດາວໂຫລດແອບພລິເຄເຊິນມັລແວຣ໌ ເຊິ່ງລວມເຖິງລິ້ງ ທີ່ມາກັບອີເມລ ຂອງແຮັກເກີອີກ ເຊິ່ງເປັນວິທີດຽວກັນກັບທີ່ໃຊ້ໂຈມຕີຜູ້ໃຊ້ພີຊີ ໃນກໍລະນີທີ່ພົບເຫັນ ໄອຄອນ ຂອງແອບພລິເຄເຊິນ ທີ່ບໍ່ເຄີຍເຫັນມາກ່ອນ ໃຫ້ທ່ານຮີບ ຖອດ ໂປຣແກຣມ ອອກໄປໂດຍ ທ່ານສາມາດຖອດແອບ ໃນແອນດຣອຍໄດ້ໂດຍສົມບູນຜ່ານທາງ Manage Application Settings ໃນ Applications Option. ຢ່າງໃດກໍ່ຕາມ ວິທີທີ່ດີທີ່ສຸດ ໃນການປ້ອງກັນ ດ້ວຍວິທີຫລີກລ່ຽງ ຫລື ລະມັດລະວັງ ໃນແງ່ຂອງການ ໃຊ້ວຽກກໍ່ຄືການຕິດຕັ້ງ ຊອຟທ໌ແວຣ໌ແອນຕີໄວຣັສ ແລະ ມັລແວຣ໌ເຊັ່ນ MyLookout ເຂົ້າໄປ ໃນສະມາດໂຟນ.

ແຫຼ່ງຂ່າວຈາກ : ຂ່າວເສດຖະກິດ ແລະ ສັງຄົມ